ນາຍ ສໍລະວິດ ອິນດົນຕີ ຜູ້ຈັດການ ສາຂາ ນະຄອນຫຼວງວຽງຈັນ ແລະ ພະນັກງານ ບໍລິສັດ ສະບາຍດີ ເຊົ່າສິນເຊື່ອ ຈຳກັດ ໄດ້ມອບເຂົ້າສານ ແລະ ໜ້າກາກອະນາໄມ ໃຫ້ກັບຫ້ອງການສາທາລະນະສຸກ ເມືອງ ສັງທອງ ແລະເມືອງສັງທອງ ນະຄອນຫຼວງວຽງຈັນ ສປປ ລາວ ໃນວັນທີ8-9 ມິຖຸນາ ປີ2020 ເພື່ອສົ່ງມອບຕໍ່ບຸກຄະລາກອນທາງການແພດ ໃຊ້ໃນການປ້ອງກັນການແຜ່ລະບາດຂອງໄວຣັດ ໂຄວິດ-19